ທີ່ພັກ

ລີສອດ ຊັງຕູຍອາຣີ ທີ່ ຫາດຊາຍ ແຄມນໍ້າງື່ມ  ຣີສອດເປັນເກາະທີ່ຕັ້ງຢູ່ແຄມຝັ່ງທະເລສາບໜອງນ້ຳງື່ມທີ່ຢູ່ຫຼຽບແຄມຝັ່ງຂອງບ້ານເຮື່ອ ເຊີ່ງເປັນໝູ່ບ້ານຊາວປະມົງທີ່ຢູ່ບໍລິເວນໃຈກາງອ້ອມຮອບພູເຂົາ ທີ່ນີ້ທ່ານສາມາດໃຊ້ເວລາພັກຜ່ອນ ກັບຊາດຫາດ, ສະລອຍນ້ຳທີ່ຢູ່ເທີງທະເລສາບນ້ຳງື່ມ ແລະ ກໍ່ຍັງມີກິດຈະກຳທາງນ້ຳທີ່ຫຼາກຫຼາຍ ເພື່ອຄວາມສຸກຂອງທ່ານອີກດ້ວຍ


 


ບ້ານພັກ ຊັງຕູຍອາຣີ ປາກແບງ ບ້ານພັກຂອງພວກເຮົາແມ່ນຕັ້ງຢູ່ແຄມ ແມ່ນໍ້າຂອງ, ບ້ານພັກ ຊັງຕຸຍອາຣີ ປາກແບງ ແມ່ນຢູ່ ລະຫວ່າງກາງ ເມືອງມໍລະດົກໂລກ ຫຼວງພະບາງ ຫາ ເມືອງຫ້ວຍຊາຍ ທີ່ມີຊາຍແດນສໍາຄັນລະຫວ່າງພາກເໜືອ ຂອງ ປະເທດໄທ ແລະ ພາກເໜືອ ຂອງ ປະເທດລາວ. ທັງສອງຕົວເມືອງແມ່ນສາມາດໄປເຖິງໄດ້ ດ້ວຍ ເຮືອ ພາຍໃນໜຶ່ງວັນ. ບ້ານພັກ ຊັງຕູຍອາຣີ ທີ່ປາກແບງ ແມ່ນ ຈຸດເລີ່ມຕົ້ນ ທີ່ດີທີ່ສຸດ ສໍາລັບການຢ່າງ ໃນປ່າ, ບໍ່ວ່າຈະໃຊ້ເວລາເທົ່າໃດຊົ່ວໂມງ ຫຼື ໝົດມື້, ເພື່ອເບິ່ງ ບັນດາບ້ານ ທີ່ຍັງບໍ່ທັນເປັນສາຍຫຼລັກ ໃນການທ່ອງທ່ຽວ. ບ້ານພັກຊັງຕູຍອາຣີ ຍັງຕັ້ງຢູ່ຕໍ່ໜ້າ ແຄມປ໌ ຊ້າງ ແມ່ນໍ້າຂອງ, ຊຶ່ງຍັງແມ່ນການປົກປັກຮັກສາຊ້າງ ແລະ ຕອບສະໜອງໂອກາດອັນມະຫັດສະຈັນ ໃນການຄົ້ນພົບ ຊີວິດໄໝ່ ຂອງສັດຊະນິດໜຶ່ງ ທີ່ມີຄວາມສໍາຄັນ ໃນດ້ານ ວັດທະນະທໍາ ແລະ ຮິດຂຄອງປະເພນີ ຂອງ ຊາວລາວ. ບ້ານພັກ ຊັງຕຸຍອາຣີ ປາກແບງ ທ່ານສາມາດພັກໄດ້ຫລາຍມື້ ໂດຍບໍ່ມີຈຳກັດ. ໃນເຂດອະນຸລັກປ່າໄມ້ ທີ່ປາສະຈາກຮ່ອງຮອຍຂອງການຕັດໄມ້. ທ່ານຈະເບີກບານມ່ວນຊຶ່ນ ກັບ ບັນຍາກາດີ່ເຕັມໄປດ້ວຍ ປ່າໄມ້ທີ່ດົກຫນ້າ ແລະ ສຽງຮ້ອງຂອງ ສັດຫຼລາຍຊະນິດ, ຮູບພາບທຳມະຊາດທີ່ສວຍສົດງົດງາມ.່ທານຍັງສາມາດເຫັນຕາເວັນຂຶ້ນ ແລະ ຕະວັນຕົກໃນເວລາທ່ານລອງເຮືອ ໄປຕາມແມ່ນໍ້າຂອງ ເຊື່ງເຮືອຈະຈອດຢູ່ໃກ້ກັບຫາດຊາຍຂອງບ້ານພັກ. ການຢ້ຽມຢາມຂອງທ່ານບໍ່ພຽງແຕ່ຈະເປັນການພັກຜ່ອນທີ່ດີສຸດ ແຕ່ຍັງເປັນປະສົບການທີ່ມະຫັດສະຈັນ ແລະ ການຍັງໄດ້ຮຽນຮູ້ວ້ິທີ່ການດຳຊີວິດແບບພື້ນບ້ານ ຂອງຄົນລາວ.


 


ຄຸນຄ່າຂອງພວກເຮົາ: ຮັບຜິດຊອບຕໍ່ ການທ່ອງທ່ຽວ  ບ້ານພັກ ຊັງຕູຍອາຣີ ປາກແບງ ແລະ ຊຸມຊົນທ້ອງຖິ່ນ   ຫ້ອງປິ່ນປົວຄົນເຈັບ ທີ່ ປາກແບງ ສູນຮັກສາສຸຂະພາບແບບບໍ່ເສຍຄ່າ ຂອງ ບ້ານພັກ ຊັງຕູຍອາຣິ ແມ່ນ ພະແນກການໜຶ່ງ ຂອງ   ທ່ານໝໍ ຊີນເກດຕີ ທີ່ປາກແບງ.  ສະມາຄົມດັ່່ງກ່າວ ໄດ້ສ້າງ ສູນຮັກສາສຸຂະພາບແຫ່ງນີ້, ເຊິ່ງໄດ້ຮັບການບໍລິຫານໂດຍ ທ່ານໝໍມາຈາກປະເທດຝຣັ່ງ ນັບຕັ້ງແຕ່ເດືອນພະຈິກ ປີ 2007. ບັນດາທ່ານໝໍເຫຼົ່ານີ້, ທີ່ຕ້ອງມີໜ້າປະຈໍາ ເປັນເວລາ 3 ອາທິດ ຕໍ່ເດືອນ  ຂອງແຕ່ລະປີ,  ໄດ້ໃຫ້ການຮັກສາປິ່ນປົວສຸຂະພາບ ຂອງ ປະຊາຊົນຢູ່ທ້ອງຖິ່ນ ປາກແບງ ແລະ ຂອງບັນດາບ້ານທີ່ຢູ່ໃກ້ຄຽງ. ບ້ານພັກ ຊັງຕູຍອາຣີ ປາກແບງ  ຍັງໄດ້ໃຫ້ສູນຮັກສາສຸຂະພາບນີ້ ເປັນໜຶ່ງໃນຮັກສາຊັບສິນຂອງຕົນ, ທັງໃຫ້ການສະໜັບສະໜູນທາງດ້ານການເງິນ ໃຫ້ແກ່ການມາປະຈໍາຂອງທ່ານໝໍໃນສູນຮັກສາສຸຂະພາບນີ້ ໃນແຕ່ລະປີ ຍັງດູແລ, ການຂົນສົ່ງ ແລະ ໃຫ້ບ່ອນພັກເຊົາ ຂອງ ທີມງານ. ບ້ານພັກຍັງອໍານວຍຄວາມສະດວກໃຫ້ແກ່ການຮ່ວມມື ລະຫວ່າງ  ທ່ານໝໍ,ຂອງສະມາຄົມບ້ານ ແລະ ຂະແໜງຮັກສາສຸຂະພາບຂອງທ້ອງຖິ່ນ, ດ້ວຍການຈັດກອງປະຊຸມພົບປະ ແລະ ການເຝີກອົບຣົມ. ບ້ານພັກ ຊັງຕູຍອາຣີ ປາກແບງ ຍັງລວບລວມ ຢາ ທີ່ບໍລິຈາກ ໂດຍ ນັກທ່ອງທ່ຽວ ແລະ ມອບໃຫ້ແກ່ ສູນຮັກສາສຸຂະພາບ ທີ່ບໍ່ເສຍຄ່າ, ເຊິ່ງ ຕໍ່ຈາກນັ້ນ ກໍ່ໄດ້ຈັດຕັ້ງແບ່ງຢາ ຕາມວັນທີ່ຈະໝົດອາຍຸການນຳໃຊ້. ບ້ານພັກ ຊັງຕູຍອາຣີ ປາກແບງ ຍັງໃຫ້ບໍລິຫານ ກອງທືນ ສໍາລັບ ການບໍລິຈາກ.   ຫີບສໍາລັບຈຸດປະສົງທີ່ດີ-ເພັກຟໍຣ໌ເອເພີໂພເຊີ ພວກເຮົາມີຄວາມພາກພູມໃຈ ກັບ ສະມາຊິກ ທີ່ມີຈຸດປະສົ່ງທີ່ດີ-ເພັກຟໍຣ໌ເອເພີໂພເຊີ, ການລິເລີ່ມ ທີ່ອະນຸຍາດໃຫ້ນັກເດີນທາງ  ເຮັດຄຸນປະໂຫຍດອັນສູງ ໃຫ້ແກ່ຊຸມຊົນຂອງແຕ່ລະຈຸດໝາຍປາຍທາງ ຂອງ ການເດີນທາງຂອງພວກເຂົາ. ຫາກທ່ານຮັກສາບ່ອນຫວ່າງຈໍານວນບໍ່ເທົ່າໃດກິໂລ ຂອງ ກະເປົາຂອງທ່ານແລະ ນໍາເອົາເຄື່ອງໃຊ້ສໍາລັບໂຮງຮຽນຫຼືສໍາລັບໂຮງໝໍ/ສູນຮັກສາສຸຂະພາບ ທີ່ມີຄວາມຕ້ອງການ, ທ່ານຈະໄດ້ເຮັດຄຸນປະໂຫຍດສູງ ໃຫ້ກັບຊີວິດຂອງເດັກ ແລະ ຄອບຄົວຂອງພວກເຂົາ ໂດຍການໃຊ້ຈ່າຍທີ່ໜ້ອຍທີ່ສຸດ. 
PAKBENG SCHOOL ບ້ານພັກ ຊັງຕູຍອາຣີ ປາກແບງ ໄດ້ໃຫ້ທືນແກ່ການສ້າງຕັ້ງໂຮງຮຽນຢູ່ໃນເມືອງໜຶ່ງແຫ່ງ, ສະໜອງໃຫ້ແກ່ນັກຮຽນ ອຸປະກອນ ແລະ ເຄຶ່ອງນຸ່ງ ທີ່ໄດ້ຖືກບໍລິຈາກ ໂດຍ ນັກເດີນທາງ. THE WATER RESERVE  ບ້ານພັກ ຊັງຕູຍອາຣີ ປາກແບງ ໄດ້ໃຫ້ທືນ ໃນການກໍ່ສ້າງ ອ່າງເກັບນໍ້າ ເພື່ອຊ່ວຍເຫຼືອ ປະຊາຊົນ ຂອງເມືອງນີ້. ສິ່ງດັ່ງກ່າວນີ້ ໄດ້ສ້າງງານຂຶ້ນ ປະມານ 40 ຕໍາແໜ່ງໃຫ້ແກ່ ພະນັກງານທ້ອງຖິ່ນ ແລະ ພະນັກງານຂັບເຮືອ ທີ່ໄດ້ຮັບການສ້າງຂຶ້ນໂດຍ ບໍລິສັດ ເພື່ອ ນັກເດີນທາງ



ໄປ ແລະ ກັບຈາກ ເມືອງຫຼວງພະບາງ

 ບ້ານພັກຊັງຕູຍອາຣີ ປາກແບງ ມີ  20 ຫ້ອງພັກຊົ້ັ້ນສູງ, ຢູ່ໃນ ສອງອາຄານ ແຄມແມ່ນໍ້າຂອງ, ຫ້ອງພັກເດີລຸກຊ໌ ແມ່ນຕັ້ງຢູ່ໃນທີ່ຮາບສູງ ເທິງ ພູ ຕໍ່ໜ້າ ແມ່ນໍ້າຂອງ, ແລະ ໃຫ້ທັດສະນິຍະພາບທີ່ສວຍງາມ ທີ່ເປັນໜ້າຊຶ່ນຊົມເຫມາະສຳລັບຄົນທີ່ມັກຮັກທຳມະຊາດ, ຫ້ອງຊຸດ ຂອງພວກເຮົາ ແມ່ນຕັ້ງຢູ່ໃນ ອາຄານ ສູງ ຂອງ ບ້ານພັກ, ຕໍ່ໜ້າແມ່ນໍ້າຂອງ. ໂດຍຕັ້ງຢູ່ຍອດພູ, ຫ້ອງຊຸດ ໄດ້ມອບ ທັດສະນິພາບ ໂດຍທີ່ບໍ່ມີສີ່ງໃດມາປຽບໄດ້ ກັບຄວາມສວຍສົດງົດງາມ ຂອງ ຕະວັນຂຶ້ນ ແລະ ທຳມະຊາດທີ່ຢູ່ອ້ອມຂ້າງ. ຫ້ອງພັກ ຊັ້ນສູງ  ບ້ານພັກ ຊັງຕູຍອາຣີ ປາກແບງ ມີ 20 ຫ້ອງພັກຊັ້ນສູງ, ຢູ່ໃນ 2 ອາຄານ ແຄມແມ່ນໍ້າຂອງ. ປະດັບປະດາ ດ້ວຍ ໄມ້ໄຜ່, ແຜ່ນແພຕິດຝາ ຂອງຊາວເຜົ່າມົ້ງ, ພື້ນຫ້ອງປູດ້ວຍໄມ້ປາກເກທີ່ເປັນໄມ້ດູ່, ແຕ່ລະຫ້ອງໄດ້ໃຫ້ຄວາມຮູ້ສຶກເໝືອນຢູ່ບ້ານພຶ້ນເມືອງລາວ. ຫ້ອງນໍ້າ ມີຝັກບົວນໍ້າຮ້ອນ.ແຕ່ລະຫ້ອງ ມີ ລະບຽງສ່ວນຕົວ ທີ່ກວ້າງຂວາງ ພ້ອມກັບ ໂຕະກາເຟ ແລະ ຕັ່ງອີ້, ເພື່ອນັ່ງເບິ່ງ ແມ່ນໍ້າຂອງ.   ຈາກຈຸດດັ່ງກ່າວນີ້, ທ່ານຈະໄດ້ພາບທີ່ງົດງາມ ຂອງເຮືອທີ່ກັບຄືນມາຫາທ່າເຮືອ, ໃນຂະນະທີ່ ຕາເວັນ ພວມລັບ ພູເຂົາ ນະທີ່ ແຄມແມ່ນໍ້າຂອງ.




 ຫ້ອງເດີລຸກຊ໌  8 ຫ້ອງເດີລຸກຊ໌ ມີພື້ນທີ່ກວ້າງ 24 ຕາແມັດ ແລະ ມີເພດານສູງ. ຝາ, ຂື່, ແລະ ປະຕູ ທັງໝົດ ແມ່ນເຮັດດ້ວຍ ໄມ້, ພື້ນປູດ້ວຍໄມ້ປາກເກທີ່ແສນຫຼູລຫຼລາ ເຮັດດ້ວຍໄມ້ດູ່. ສິ່ງທີ່ປະດັບເພີ່ມເຕີມ ແມ່ນ ຝາ, ຊຶ່ງສາມາດຖອດອອກກັນໄດ້ ທີ່ມາດ້ວຍລະບົບທັນສະໄໝ ຝາສາມາດເລື່ອນໄດ້. ແຕ່ລະຫ້ອງເວລາເປີດສາມາດເບີ່ງເຫັນ ທີວທັດ ທີ່ສ່ວຍງາມຂອງ ແມ່ນໍ້າຂອງ ແລະ ພູຜ່າປ່າດົງ ທີ່ຢູ່ອ້ອມຮອບບ້ານພັກ. ຕຽງນອນ ແມ່ນຕັ້ງຢູ່ໃຈກາງຂອງຫ້ອງໂດຍມີ ອ່າງລ້າງໜ້າ, ຫ້ອງອາບນໍ້າຝັກບົວ ແລະ ຫ້ອງນໍ້າ ທີ່ປິດລັບ ບໍ່ໃຫ້ເຫັນ. ແຕ່ລະຫ້ອງ ມີລະບຽງທີ່ກວ້າງຂວາງ ທີ່ ປະດັບດ້ວຍໂຕະກາເຟ ແລະ ຕັ່ງອີ້

.

ຫ້ອງຊຸດ  ມີ 2 ຫ້ອງຊຸດ ທີ່ມີເນື້ອທີ່ 32 ຕາແມັດ ແລະ ມີເພດານສູງ. ໃນຂະນະທີ່ຫ້ອງຊຸດກວ້າງຂວາງກວ່າ ຫ້ອງເດີລຸກຊ໌, ຄຸນສົມບັດຂອງແຕ່ລະຫ້ອງ ແມ່ນຄ້າຍຄືກັນ, ພວກເຮົາໄດ້ມີການຕົບແຕ່ງຫ້ອງນັ່ງຫຼີ້ນເພີ່ມເຕີມ ແລະ ຫ້ອງຊຸດ ຍັງມີ ລະບຽງສ່ວນຕົວທີ່ກວ້າງຂວາງ ທີ່ມີຄວາມສະດວກສະບາຍໃນການພັຫຜ່ອນ.
 

ການບໍລິການ ຂອງໂຮງແຮມ  ພາສາເວົ້າ: ອັງກິດ, ຝຣັ່ງ, ລາວ, ໄທ ບາຣ໌, ຮ້ານອາຫານ ການຕ້ອນຮັບ: ເປີດ ແຕ່ 6:00 ເຊົ້າ ຫາ 10:00ໂມງແລງ ຊັກເຄື່ອງ / ລີດເຄື່ອງ ຜູ້ຫີ້ວກະເປົາ ການບໍລິການ ຫີບ ທີ່ຖືກລືມ ພະນັກງານດັບເພິງ ແລະ ພະນັກງານຮັກສາຄວາມປອດໄພ ຍາມກາງຄືນ ວາຍຟາຍ ບໍ່ເສຍຄ່າ ໃນເຂດ ສາທາລະນະຊົນ ຮ້ານຄ້າ – ໂຕະບໍລິການ ການເດີນທາງ ບໍລິການນວດ ບໍລິການເດີ່ນກິລາເປຕັງ, ເດີ່ນບານສົ່ງ ແລະ ເດີ່ນຕີດອກປີກໄກ່ ສວນພຶກສາຊາດ – ສວນໝາກໄມ້ ຫ້ອງປະຕິບັດງານ ດ້ານການຕໍ່າຫູກ
 

ສິ່ງອໍານວຍຄວາມສະດວກ ໃນ ຫ້ອງພັກ  ພັດລົມ ແຂວນທີ່ເພດານ ໄຟຟ້າ: 220/240 ໂວນ ຫ້ອງອາບນໍ້າສ່ວນຕົວ ອາຫານເຊົ້າແບບຄອນທິເນນຕອລ ແລະ ອາຫານແລງ ທີ່ເປັນ ເມນູທີ່ທ່ານສາມາດສັ່ງອາຫານໄດ້ຕາມຄວາມຕ້ອງການ. ແຕ່ລະຫ້ອງພັກ ມີ ລະບຽງສ່ວນຕົວ ທີ່ສາມາດເບິ່ງເຫັນ ແມ່ນໍ້າຂອງ ແລະ ແຄມປ໌ຊ້າງ ຢູ່ແຄມແມ່ນໍ້າຂອງ ແລະ ຍັງປະດັບປະດາດ້ວຍ ໂຕະກາເຟ ແລະ ຕັ່ງອີ້. ຫ້ອງເດີລຸກຊ໌ ແລະ ຫ້ອງຊຸດ ຍັງປະກອບດ້ວຍ ເຄື່ອງປັບອາກາດ.


 

ບາຣ໌ ບາຣ໌ ຕະວັນຕົກດິນ: ພວກເຮົາມີບໍລິການເຄື່ອງດື່ມດໍ່າ ກັບ ເຄື່ອງດື່ມ-ກອກເທວ ແລະ ທ່ານຍັງສາມາດ ເບີ່ງເຫັນພາບ ທີ່ມະຫັດສະຈັນ ແລະ ສວຍສົດງົດງາມ ຂອງ ຕະເວັນຕົກດິນ  ບາຣ໌ ແສງຈັນ: ມີຫ້ອງນັ່ງຫຼື້ນ ທີ່ສະດວກສະບາຍ ແລະ ກວ້າງຂວາງ ໄປພ້ອມກັບ ສຽງດົນຕີ ແຊດຊ໌ ເຫມາະສຳລັບ ການນັ່ງດື່ມ ຫຼັງຈາກອາຫານແລງ. ສາລາ ຂອງພວກເຮົາ ທ່ານຍັງສາມາດ ເບິ່ງເຫັນ ແມ່ນໍ້າຂອງ ແລະ ແຄມ໌ຊ້າງ ຝາກແມ່ນ້ຳ ທີ່ຢູ່ກົງກັນຂ້າມ ຮ້ານອາຫານ, ບາຣ໌, ບ່ອນຕ້ອນຮັບ ແລະ ຫ້ອງນັ່ງຫຼີ້ນ. ບາຣ໌ ແລະ ຫ້ອງນັ່ງຫຼິ້ນ ແມ່ນສ້າງຂື້ນ ເຫມາະສໍາລັບ ຜູ້ທີ່ມັກເບິ່ງ ພູມີປະເທດ ແລະ ຮູບພາບທຳມະຊາດ. ສ່ວນຫຼາຍໃນະຖານທີ່ແບບນີ້ ແມ່ນເຫມາະສຳລັບການເດີນທາງ ດ້ວຍເຮືອ ເຊີ່ງພວກເຮົາ ມີເຮືອໄຫ້ບໍລິການ ແລະ ທ່າເຮືອຢູ່ແຄມຝັ່ງ, ໃນຂະນະທີ່ ທ່ານພວມມີຄວາມສຸກ ກັບ ການດື່ມ ວາຍ ແລະ ລົມກັນກັບ ເພື່ອນ ຂອງທ່ານ. ພໍເຖີ່ງຍາມແລງ, ທ່ານສາມາດ ເບີ່ງເຫັນ ຝຸງຊ້າງ ຈາກ ແຄມ໌ຊ້າງ ທີ່ຢູ່ຝັ່ງກົງກັນຂ້າມ ຂອງແມ່ນໍ້າ, ທີ່ພວມຍ່າງມາເພື່ອດື່ມ ແລະ ອາບ ແມ່ນໍ້າຂອງແຫ່ງນີ້. ນັ່ງຢ່າງສະບາຍ ຢູ່ເທິງ ໂຕະໂຊຟາ ຜ້າກໍາມະຍີ່-ພລັນຊ໌, ທ່ານກໍສາມາດເລືອກເຄື່ອງດື່ມຂອງທ່ານ ລະຫວ່າງ ເບຍລາວ (ທີ່ເປັນເຄື່ອງດື່ມຍອດນິຍົມຂອງທ້ອງຖິ່ນ), ເຫຼົ້າລາວ (ເຊິ່ງແມ່ນ ວິດສະກີ ທີ່ ເຮັດມາຈາກ ເຫຼົ້າເຂົ້າ), ຫຼື ນາຄາ ຂຽວ (ເຄື່ອງດື່ມຄອອກເທວ ທີ່ໄດ້ຮັບການຮັບຮອງ ຈາກ ບ້ານພັກ ຊັງຕູຍອາຣີ).


ຮ້ານອາຫານ  ບ້ານພັກ ຊັງຕູຍອາຣີ ປາກແບງ ມີ ຮ້ານອາຫານ 2 ແຫ່ງ ທີ່ສາມາດ ເບິ່ງເຫັນ ແມ່ນໍ້າຂອງ ທິວທັດທຳມະຊາດ ຝາກົງກັນຂ້າມ. “ຮ້ານອາຫານ ມູນໄລ” ຮັບໃຊ້ ຫ້ອງພັກຊັ້ນສູງ ໃນຂະນະທີ່ “ຮ້ານອາຫານ ຊັນເຊດ”, ເຊິ່ງຕັ້ງຢູ່ຍອດພູ, ຮັບໃຊ້ ຫ້ອງເດີລຸກຊ໌ ແລະ ຫ້ອງຊຸດ. ທັງສອງສະຖານທີ່  ພວກເຮົາມີ ບາຣ໌ ແລະ ຫ້ອງນັ່ງຫຼິ້ນ ພ້ອມກັບວາຍຟາຍທີ່ທ່ານສາມາດຫລີ້ນໄດ້ ໂດຍບໍ່ເສຍຄ່າ. ທ່ານອາດມີໂອກາດ ທີ່ຈະລອງຊີມ ອາຫານພື້ນເມືອງລາວ ແລະ ອາຫານໄທ ຈາກ ຊຸດເມນູ ຂອງ ພວກເຮົາ ທີ່ນໍາໃຊ້ ຜົນຜະລິດຕາມລະດູການ ຈາກ ສວນ ຊີວະພາບ ຂອງພວກເຮົາເອງ. ການເລືອກ ວາຍ ຂອງ ປະເທດຝຣັ່ງ ຫຼື ຂອງປະເທດຊີລີ ແມ່ນມີໄວ້ຄ່ອຍບໍລິການທ່ານ ໄປພ້ອມກັບຄາບເຂົ້າ ຂອງທ່ານ, ກໍຄື ເຫຼົ້າວິດສະກີ ລາວ ຂອງທ້ອງຖິ່ນ. ອາຫານເຊົ້າແບບຄອນຕີເນນຕອລ໌ ມີໄວ້ຄ່ອຍບໍລິການທ່ານເລີ່ມແຕ່ 6:30 ເຊົ້າ. ທິບປ໌: ບ້ານພັກ ຊັງຕູຍອາຣີ ປາກແບງ ຍັງໄດ້ມອບໂອກາດໃຫ້ທ່ານໄດ້ທົດລອງຊີມ ບາບີຄີວພື້ນເມືອງລາວ (ຊີ້ນດາດ) ໃນສວນ ທີ່ໃກ້ກັບ ບ່ອນຕ້ອນຮັບ ເພື່ອ ລອງລົດຊາດອັນບໍລິສຸດ ແລະ ແຊບ


ຂອງອາຫານລາວ.


 

 ຫ້ອງວາງສະແດງ
 


ອັດຕາລາຄາ ຂອງ ພວກເຮົາ  ລາຄາ ມີຜົນສັກສິດ ແຕ່ວັນທີ່ 1st ມັງກອນ ຫາ ວັນທີ່ 31 ທັນວາ 2017 ຫ້ອງພັກຊັ້ນສູງ ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ   ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາ ຫ້ອງດ່ຽວ  127 USD 103 USD ຫ້ອງແຝດ/ຫ້ອງຄູ່  152 USD 128 USD    ຫ້ອງເດີລຸກຊ໌  ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາາ ຫ້ອງດ່ຽວ  170 USD  146 USD ຫ້ອງແຝດ/ຫ້ອງຄູ່  209 USD 179 USD  ຫ້ອງຊຸດ ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາ ຫ້ອງດ່ຽວ  221 USD  192 USD ຫ້ອງແຝດ/ຫ້ອງຄູ່  257 USD 221 USD  ລາຄາ ມີຜົນສັກສິດ ແຕ່ວັນທີ່ 1ST ມັງກອນ ຫາ ວັນທີ່ 31 ທັນວາ 2018 ຫ້ອງພັກຊັ້ນສູງ ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ   ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາ ຫ້ອງດ່ຽວ  119 USD 95 USD ຫ້ອງແຝດ/ຫ້ອງຄູ່  136 USD 112 USD    ຫ້ອງເດີລຸກຊ໌  ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາາ ຫ້ອງດ່ຽວ  162 USD  138 USD ຫ້ອງແຝດ/ຫ້ອງຄູ່  187 USD 157 USD  ຫ້ອງຊຸດ ລະດູການທ່ອງທ່ຽວສູງ ຈາກວັນທີ່ 1 ເດືອນມັງກອນເຖິງວັນທີ່ 15 ເມສາ + 1 ຕຸລາເຖິງວັນທີ່ 31 ທັນວາ ລະດູການທ່ອງທ່ຽວຕໍ່າ ເລີ້ມຕົ້ນວັນທີ່ 16 ເມສາ ຫາ 30 ກັນຍາ ຫ້ອງດ່ຽວ  213 USD  184 USD ຫ້ອງແຝດ/ຫ້ອງຄູ່  241 USD 205 USD  ກິດຈະກໍາ  ບ້ານພັກ ຊັງຕູຍອາຣີ ທີ່ປາກແບງ ແມ່ນ ຈຸດເລີ່ມຕົ້ນ ທີ່ດີທີ່ສຸດ ສໍາລັບການຢ່າງ ໃນປ່າ, ບໍ່ວ່າຈະເປັນຈໍານວນພຽງເທົ່າໃດຊົ່ວໂມງ ຫຼື ໝົດມື້, ເພື່ອເບິ່ງ ບັນດາບ້ານ ທີ່ຍັງບໍ່ທັນເປັນ ສາຍທາງການທ່ອງທ່ຽວຫຼັກ ຫຼື ເພື່ອສັງເກດ ຊີວິດປະຈໍາວັນ
ຂອງ ຊ້າງ.


 

 ການຂັບຂີ່ຊ້າງ  ແຄມປ໌ ຊ້າງ ແມ່ນໍ້າຂອງ ຂອງພວກເຮົາໄດ້ມອບໂອກາດໃຫ້ ຜູ້ມາຢ້ຽມຢາມ ເພື່ອທີ່ຈະໄດ້ຄົ້ນພົບ ພາລະບົດບາດ ອັນບູລິມະສິດ ຂອງ ຊ້າງ ໃນ ວັດທະນະທໍາລາວ ໃນຂະນະດຽວກັນນັ້ນ ທ່ານກໍຍັງສາມາດທ່ຽວຊົມທີວທັດທໍາມະຊາດທີ່ໜ້າປະທັບໃຈ ຢູ້ອ້ອມຮອບ. ແຄມປ໌ ຊ້າງ ແມ່ນໍ້າຂອງ ໄດ້ມອບໂອກາດໃຫ້ແກ່ຜູ້ມາຢ້ຽມຢາມ ເພື່ອຄົ້ນຫາປະສົບການໄຫມ່  ໃນການຂັບຂີ່ ຊ້າງ ເປັນໄລຍະເວລາ 1, 2 ຫຼື 3+ ຊົ່ວໂມງ ຫຼື ໄປຢ່າງປ່າແບບເຕັມສ່ວນກັບຊ້າງເປັນເວລາ 2 ວັນ ໂດຍທ່ານຍັງສາມາດສຳພັດ ກັບ ທໍາມະຊາດ ທີ່ອ້ອມຮອບນັ້ນ ເຖີ່ງແມ່ນວ່າສະຖານທີ່ນັ້ນຍັງບໍ່ໄດ້ຮັບຮອງເປັນ ສາຍທາງການທ່ອງທ່ຽວ ມາດຕະຖານກໍຕາມ. ການຢ່າງ / ການຢ່າງປ່າ ແບບມີນີ  ການຢ່າງປ່າ ເປັນເວລາເຄິ່ງມື້ ການຢ່າງປ່າ ທີ່ງ່າຍດາຍ ເປັນເວລາໜຶ່ງວັນເຕັມ ການຢ່າງປ່າ ທີ່ທ້າທາຍ ເປັນເວລາໜຶ່ງມື້ເຕັມ ການຢ່າງປ່າ ແບບມີນີ ບົດຮຽນ ກ່ຽວກັບ ການປຸງແຕ່ງ ອາຫານທ້ອງຖິ່ນ: 35$/ຄົນ  ຄົ້ນພົບ ສິລະປະ ໃນການປຸງແຕ່ງ ອາຫານລາວ ທີ່ ສວນຟາມຊີວະພາບ ແລະ ຕາມຕະຫຼລາດທ້ອງຖິ່ນ. ສ້າງຄວາມປະຫຼາດໃຈ ໃຫ້ກັບ ເພື່ອນ ແລະ ຄອບຄົວ ຂອງທ່ານ ພາຍຫຼັງ ການກັບຄີນບ້ານຂອງທ່ານດ້ວຍການປຸງແຕ່ງ ອາຫານທະເລ ເຊິ່ງຈະເຫຼືອໄວ້ ພຽງຄວາມຮູ້ສຶກ ທີ່ໜ້າປະທັບໃຈ ແລະ ປະສົບການທີ່ບໍມີວັນລື່ມ. ພໍ່ຄົວ ຂອງພວກເຮົາ ແລະ ທິມງານ ຂອງລາວ ຈະນໍາພາທ່ານ ໄປຊື່ງເຄື່ອງປະກອບຢູ່ຕະຫຼລາດ, ເຊິ່ງໃນທີ່ນັ້ນ ທ່ານຈະຮຽນຮູ້ທີ່ຈະເລືອກ ສ່ວນປະກອບຕ່າງໆ, ແລະ ຈາກນັ້ນ ກໍກັບມາປຸງແຕ່ງ ອາຫານ ຂອງທ້ອງຖິ່ນ ທີ່ ທ່ານຈະມີຄວາມສຸກ ກັບການທ່ານ ມາພັກຢູ່ ບ້ານພັກ ຊັງຕູຍອາຣີ ປາກແບງ. ການສອນປຸງອາຫານ
ພວກເຮົາຮັບໄດ້ສູງສຸດ 16 ຄົນ


 


 ການຫຼິ້ນກິລາເປຕັງ: ບໍ່ເສຍຄ່າ  ບໍ່ມີຫຍັງ ທີ່ສາມາດ ຈະທ້ອນໂຮມຄົນມາໂຮມກັນໄດ້ ດີກວ່າ ຫລີ້ນກິລາເປຕັງ ແລະ ມັນໄດ້ໃຫ້ໂອກາດ ຄວາມມ່ວນຊື່ນ ທີ່ຈະໄດ້ພົບປະປະຊາຊົນ ຢູ່ທ້ອງຖິ່ນ. ດັ່ງນັ້ນ, ພວກເຮົາ ຈຶ່ງເຊື້ອເຊີນທ່ານ ໄປທີ່ ເດີ່ນກິລາເປຕັງ, ເຊິ່ງເປັນກິລາ ຍອດນິຍົມ ຂອງປາກແບງ. ໂອກາດທີ່ດີ ແມ່ນໄດ້ຖືກຮັບປະກັນ ແຕ່ຕ້ອງມີຄວາມລະມັດລະວັງ ເພາະ ເຫຼົ້າລາວ (ວິດສະກີ ທີ່ເຮັດຈາກເຂົ້າ) ແລະ ເບຍລາວ ເສີບ ຢູ່ຕະຫຼລອດເວລາ! ພິິທີບາສີສູ່ຂວັນ: 130$/ກຸ່ມ  (08 ຄົນ ແມ່ນຈໍານວນທີ່ຕໍ່າສຸດ. ໄລຍະເວລາ:ຊົ່ວໂມງເຄິ່ງ) ຢາກຮຽນຮູ້  ປະເພນີລາວບໍ່? ພວກເຮົາມອບໂອກາດທີ່ດີໃຫ້ທ່ານ ກັບ ພິທີບາສີສູ່ຂວັນ, ເຊິ່ງຖືກຈັດເພື່ອເປັນພິທີຕ້ອນຮັບທ່ານ ໂດຍ ໝໍພອນ ຢູ່ ປາກແບງ ແລະ ປະຊາຊົນ ຂອງບ້ານ. ມັນເປັນໂອກາດ ທີ່ດີທີ່ສຸດ ແລະ ປະສົບການທີ່ບໍ່ມີວັນລື່ມ ຫາກບ້ານພັກ ຊັງຕູຍອາຣີ ປາກແບງ ແມ່ນ ບາດກ້າວ ທໍາອິດ ຂອງການບໍລິການໃນການມາພັກ ຂອງທ່ານ ໃນປະເທດລາວ. ໃນກໍລະນີນີ້ ພວກເຮົາຈະໄຫ້ພອນ ພ້ອມກັບ ຂວັນຂອງທ່ານມາຢູ່ກັບຕົວຂອງທ່ານ! ຕາມຮີດຄອງປະເພນີລາວ, ແຕ່ລະຄົນ ຈະຕ້ອງໄດ້ຊອກຫາ ຂວັນຂອງຕົວເອງ ໃຫ້ຄົບ 32 ຂວັນ ແລະ ພິທີບາສີສູ່ຂວັນ ແມ່ນມີຈຸດປະສົງ ທີ່ຈະເອົາຂວັນເຫຼົ່ານີ້ ກັບຄືນເຂົ້າສູ່ຮ່າງກາຍ ແລະ ທັງເປັນການດຶງດູດ ອິດທິພົນ ທີ່ໃຫ້ຜົນປະໂຫຍດ ແລະ ຜົນສຳເລັດ ອັນດີງາມ. ພິທີບາສີສູ່ຂວັນ ຈະຖືກຈັດຂຶ້ນ ໃນວັນສໍາຄັນຕ່າງໆ ໃນແຕ່ລະຄອບຄົວ. ການສະແດງຟ້ອນແບບພື້ນເມືອງລາວ ຂອງໂຮງຮຽນປະຖົມປາກແບງ: 130$/ກຸ່ມຄົນ   (ຈັດໄດ້ສະເພາະໃນໄລຍະເຂົ້າໂຮງຮຽນເທົ່ານັ້ນ ຈໍານວນຄົນຕໍ່າສຸດແມ່ນ - 08 ຄົນ) ການຟ້ອນແບບພື້ນເມືອງເຫຼົ່ານີ້ ໄດ້ຮັບການພັດທະນາຂື້ນ ໃນສັດຕະວັດ ທີ່ 19, ໃນທ້ອງພະໂຮງ ສໍາລັບ ພິທີການຕ່າງໆ​ ຂອງພະລາດຊະວັງ. ບັນດານັກຟ້ອນໜຸ່ມສາວເຫຼົ່ານີ້ ມີຄວາາມສຸກທີ່ຈະໄດ້ແບ່ງປັນຄວາມມ່ວນຊື່ນໄຫ້ແກ່ທ່ານ ໜຶ່ງໃນປະເພນີທີ່ສໍາຄັນຂອງລາວ ແລະ ການສະແດງໂຊ ເຄື່ອງນຸ່ງທີ່ ສວຍງາມ ແລະ ເປັນເອຫະລັກ ຂອງຊົາ

ເຜົ່າຕ່າງໆ ຂອງປະເທດລາວ
.



http://www.sanctuaryhotelsandresorts.com/files/cache/a02c4a9a2c3a16e739bcea6b24f34ce4_f636.jpg ກ່ຽວກັບ ໂຮງແຮມ ແລະ ລີສອດ ຊັງຕຸຍອາຣີ ໂຮງແຮມ ແລະ ລີສອດ ຊັງຕູຍອາຣີ ເປັນ ບໍລິສັດ ເຄື່ອງໝາຍການຄ້າໃໝ່ ແລະ ປະກອບດ້ວຍ 3 ໂຮງແຮມ ຄື: ໂຮງແຮມ ຊັງຕຸຍອາຣີ ຫລວງພະບາງ ບ້ານພັກ ຊັງຕຸຍອາຣີ ປາກແບງ ລີສອດ ຊັງຕູຍອາຣີ ທີ່ຫາດຊາຍ ແຄມນໍ້າງື່ມ ແນ່ນອນ, ໂດຍ ບໍ່ລືມ ສວນ ອຸທະຍານຊ້າງ ເເມ່ຂອງ , ຊັບສົມບັດ ຂອງພວກເຮົາ ແມ່ນ ໄດ້ຖອດຖອນ ມາຈາກ ວັດທະນະທໍາ ຂອງ ການລ່າອານານິຄົມ, ແຕ່ມັນ ກໍຍັງແມ່ນ ມໍລະດົກ ທາງວັດທະນະທໍາ. ແຕ່ລະສິ່ງ-ແຕ່ລະອັນ ຂອງ ພວກເຂົາ ໄດ້ຮັບການອອກແບບມາ ເພື່ອ ຕອບສະຫນອງ ຄວາມຕ້ອງການ ແລະ ຄວາມຄາດຫວັງຂອງທ່ານ. ໂປຣຟາຍ ທີ່ແຕກຕ່າງກັນ ຂອງ ພວກເຂົາ ແນ່ນອນວ່າ ແມ່ນການນໍາສະເໜີ ສິ່ງທີ່ດີທີ່ສຸດ ຂອງ ປະເທດລາວ ແລະ ຈະເຮັດໃຫ້ທ່ານ ໄດ້ແຊ່ເອົາ ຜົນປະໂຫຍດ ຂອງ ການມາພັກຂອງ ທ່ານ.   ຈາກ ພູຜາປ່າດົງ ແລະ ເຂດສີຂຽວ ຂອງ ພາກເຫນືອ ຢູ່ເມືອງປາກແບງ, ໄປເຖິງຫຼວງພະບາງ-ເມືອງມໍລະດົກໂລກ ຂອງ ອົງການ ຍູແນສໂກ, ໄປຫາ ການພູມສັນຖານ ທີ່ສວຍງາມໜ້າມະຫັດສະຈັນ ອ້ອມຮອບແມ່ນ້ໍາງື່ມ ທີ່ສະເໝືອນ ທະເລສາບຂອງ ເມືອງວັງວຽງ, ໂຮງແຮມ ແລະ ລີສອດ ຊັງຕູຍອາຣີ ຈະເຮັດໃຫ້ທ່ານໝັ້ນໃຈວ່າ ມົນສະເໜ່ ຂອງ ແຫຼມອິນດູຈີນ ຈະຍັງຄົງເຫຼືອຢູ່ກັບທ່ານ. ຄຸນສົມບັດພິເສດ ແລະ ຂໍ້ໄດ້ປຽບ ທີ່ທ່ານຈະພົບເຫັນ ຢູ່ກັບ ຊັບສົມບັດ ຂອງພວກເຮົາ: ການຂີ່ຊ້າງ ໂດຍຜ່ານພູຜາປ່າດົງ ຂອງເມືອງປາກແບງ,  ຍ່າງ 5 ນາທີຈາກໂຮງແຮມ ໄປຫາສະຖານທີ່ ທ່ອງທ່ຽວ ທີ່ສໍາຄັນ ຂອງເມືອງຫລວງພະບາງ  ຫນຶ່ງ ແລະ ພຽງໜຶ່ງດຽວ ຫາດຊາຍ ທີ່ມີຊາຍລ້ວນໆ ຂອງ ປະເທດລາວ ທີ່ຢູ່ໃກ້ກັບ ເມືອງວັງວຽງ ຕິດຕໍ່ພວກເຮົາ ລາຍລະອຽດ ສໍາລັບຕິດຕໍ່ Sanctuary Luang Prabang Hotel Sanctuary Pakbeng Lodge Sanctuary Nam Ngum Beach Resort Mekong Elephant Park Sales & Marketing ສົ່ງຂໍ້ຄວາມຫາພວກເຮົາ Name * Surname * Phone Number Email * Any files to send to us ? Add files Subject * ຈົດໝາຍແຈ້ງຂ່າວ ຖ້າທ່ານ ຕ້ອງການຢາກຮູ້ຂໍ້ມູນຂ່າວສານລ່າສຸດ, ຂໍ້ສະເໜີ ແລະ ໂປຣໂມຊັ່ນຂອງພວກເຮົາ ກາລຸນາສະມັກສະມາຊີກຈົດໝາຍເເຈ້ງຂ່າວ ໂດຍການຕື່ມຂໍ້ມູນແບບຝ່ອມດ້າງລຸ່ມ.

No comments:

Post a Comment

ນາາຄິ