

ປັດຈຸບັນ ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທັງໝົດຈຳນວນ 227 ແຫ່ງ ໃນນັ້ນເປັນແຫຼ່ງທ່ອງທ່ຽວວັດທະນະທຳ 86 ແຫ່ງ ທຳມະຊາດ 107 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 34 ແຫ່ງ ແລະ ບັນດາແຫຼ່ງທ່ອງທ່ຽວຈຳນວນດັ່ງກ່າວນີ້ ລ້ວນແຕ່ໄດ້ຮັບການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ແລະ ຕະຫຼອດໄລຍະຜ່ານມາ ແຂວງຫຼວງພະບາງ ຍັງໄດ້ເອົາໃຈໃສ່ໃນການປັບປຸງພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວເຊັ່ນ: ລະບົບຄົມມະນາຄົມ ແລະ ການຂົນສົ່ງທາງບົກ ທາງນ້ຳ ແລະ ທາງອາກາດ ໃຫ້ມີຄວາມສະດວກສະບາຍ ມີຄວາມປອດໄພຫຼາຍຂຶ້ນ ສະຖານທີ່ທ່ອງທ່ຽວກໍໄດ້ຮັບການກໍ່ສ້າງປັບປຸງ ແລະ ພັດທະນາໃຫ້ກ້າວໄປສູ່ຄຸນນະພາບ ມາຮອດປັດຈຸບັນ ໂຮງແຮມມີເຖິງ 46 ແຫ່ງ ຣີສອດ 14 ແຫ່ງ ເຮືອນພັກ 230 ຫຼັງ ຮ້ານອາຫານ 48 ແຫ່ງ ສາມາດຮອງຮັບບັນດາແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມຫຼວງພະບາງໄດ້ 4 ພັນກວ່າຄົນຕໍ່ມື້ ນອກນີ້ຍັງມີບໍລິສັດທີ່ໃຫ້ການບໍລິການທ່ອງທ່ຽວ ຈຳນວນ 61 ຫົວໜ່ວຍ. ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຫຼວງພະບາງເປັນແຂວງໜຶ່ງທີ່ມີປະຫວັດສາດອັນຍາວນານ 1.200 ກວ່າປີ ມີວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ໄດ້ຮັບການອະນຸລັກຮັກສາໃຫ້ຄົງຄຸນຄ່າຕະຫຼອດມາ ມີທີ່ຕັ້ງພູມສັນຖານທີ່ເໝາະສົມ ແລະ ອຸດົມສົມບູນໄປດ້ວຍທຳມະຊາດ ອັນເປັນອົງປະກອບທີ່ສຳຄັນເຮັດໃຫ້ຫຼວງພະບາງມີຄວາມສວຍສົດງົດງາມ ແລະ ເປັນເອກະລັກສະເພາະ ແລະ ອັນພິເສດອັນໜຶ່ງອີກແມ່ນມີເມືອງຫຼວງພະບາງ ເປັນເມືອງມໍລະດົກໂລກທາງດ້ານວັດທະນະທຳ ແລະ ທຳມະຊາດ ແຕ່ປີ 1995 ເປັນຕົ້ນມາ ຈາກເງື່ອນໄຂດັ່ງກ່າວ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງເຂົ້າມາທ່ຽວຊົມຫຼວງພະບາງຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນແຕ່ລະປີ ສະເພາະໃນ 6 ເດືອນຕົ້ນ ສົກປີ 2012-2013 ນີ້ ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມຫຼວງພະບາງໄດ້ທັງໝົດ 221.895 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 41.414 ເທື່ອຄົນ ຫຼື ປະມານ 30% ສາມາດສ້າງລາຍຮັບໄດ້ທັງໝົດ 61,40 ລ້ານໂດລາສະຫະລັດ ຫຼື ປະມານ 490 ຕື້ກີບ ອັນໄດ້ກາຍເປັນທ່າແຮງຕົ້ນຕໍ ໃນການສ້າງແຫຼ່ງລາຍຮັບເຂົ້າສູ່ແຂວງຫຼວງພະບາງຢ່າງຫຼວງຫຼາຍ.
ທ່ານເຈົ້າແຂວງຫຼວງພະບາງ ຍັງໃຫ້ຮູ້ຕື່ມວ່າ: ຈາກທ່າແຮງດັ່ງກ່າວນັ້ນ ຄະນະພັກ ອຳນາດການປົກຄອງແຂວງຫຼວງພະບາງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດວຽກງານບໍລິຫານການທ່ອງທ່ຽວ ແລະ ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ ໃນລະດັບ 9,4% ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ.
ຫຼວງພະບາງ ຖືກເລືອກໃຫ້ ເປັນເມືອງ ອັນດັບ 1 ຂອງໂລກ ທີ່ນັກທ່ອງທ່ຽວ ຢາກໄປທ່ຽວຊົມ ຫລາຍທີ່ສຸດ
08.02.2012
ຊົງຣິດ ໂພນເງິນ
ພາບທີວທັດຂອງເມືອງຫລວງພະບາງ ຊຶ່ງເປັນເມືອງອັນດັບນຶ່ງ ທີ່ນັກທ່ອງທ່ຽວຕ່າງປະເທດ ນິຍົມໄປທ່ຽວຊົມຫລາຍທີ່ສຸດໃນໂລກ
ແຊຣ໌
Print
ນັກທ່ອງທ່ຽວຊາວຕ່າງປະເທດໄດ້ເລືອກໃຫ້ເມືອງມໍລະດົກໂລກ ຫຼວງພະບາງ ເປັນເມືອງ ອັນດັບ 1 ຂອງໂລກ ທີ່ບັນດານັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມ ຫລາຍທີ່ສຸດ ໃນປີ 2012 ນີ້.
ທ່ານຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກການທ່ອງທ່ຽວຂອງແຂວງຫຼວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດານັກທ່ອງທ່ຽວທັ້ງຈາກພາຍໃນ ແລະຕ່າງປະເທດ ຈະພາກັນຫລັ່ງໄຫລເຂົ້າມາທ່ອງທ່ຽວໃນແຂວງຫຼວງພະບາງຫຼາຍເປັນພິເສດໃນຕະ
ຫລອດປີ 2012 ນີ້ ເນື່ອງຈາກວ່າ ຫຼວງພະບາງບໍ່ພຽງແຕ່ຈະເປັນເມືອງມໍລະດົກໂລກ ທີ່ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມເພີ້ມຂຶ້ນທຸກປີເທົ່ານັ້ນ ຫາກແຕ່ສໍາລັບໃນປີ
2012 ນີ້ ຫຼວງພະບາງກໍຍັງໄດ້ຖືກເລືອກໃຫ້ເປັນເມືອງອັນດັບ 1 ຂອງໂລກທີ່ບັນດາ
ນັກທ່ອງທ່ຽວຈາກທົ່ວໂລກ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດອີກດ້ວຍ.
ການຖືກເລືອກດັ່ງກ່າວເປັນຜົນມາຈາກການສໍາຫລວດຂອງ The Wanderlust ແຫ່ງ
ປະເທດອັງກິດ ຊຶ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກ ທີ່ໄດ້ເປີດໂອກາດ
ໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກ ໄດ້ເລືອກເອົາເມືອງທີ່ພວກຕົນຊົມ
ຊອບຫລາຍທີ່ສຸດ ຈາກທັງໝົດຫລາຍກວ່າ 1,000 ເມືອງໃນທົ່ວໂລກ ຊຶ່ງກໍປະກົດວ່າ ເມືອງມໍລະດົກໂລກຫຼວງພະບາງໄດ້ຮັບຄວາມນິຍົມສູງສຸດ ແລະພ້ອມກັນນັ້ນລາວຍັງ
ໄດ້ຖືກເລືອກ ໃຫ້ເປັນປະເທດ ອັນດັບທີ 6 ຂອງໂລກທີ່ນັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດ ໃນຕະຫລອດປີນີ້ອີກດ້ວຍ.
ເນື່ອງຈາກມີຜົນສໍາເລັດດັ່ງກ່າວ ປະກອບກັບໃນຕະຫຼອດປີ 2012 ນີ້ ກໍຍັງເປັນປີທ່ອງ
ທ່ຽວລາວ (Visit Lao Year) ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ ພະແນກການທ່ອງທ່ຽວຂອງ
ແຂວງຫຼວງບາງເຊື່ອໝັ້ນວ່າ ຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະ
ເທດ ເດີນທາງເຂົ້າໄປໃນແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນຢ່າງແນ່ນອນ.
ວັດຊຽງທອງ ທີ່ຫລວງພະບາງ
ສໍາລັບຕະຫລອດປີ 2011
ທີ່ຜ່ານມາ ກໍປະກົດວ່າມີ
ນັກທ່ອງທ່ຽວເກືອບ 1.9
ລ້ານຄົນທີ່ໄດ້ເດີນທາງເຂົ້າ
ໄປທ່ອງທ່ຽວໃນແຂວງຫຼວງ
ພະບາງ ໂດຍໃນຈໍານວນດັ່ງ
ກ່າວ ກໍເປັນຄົນລາວຫຼາຍ
ກວ່າ 1.6 ລ້ານຄົນແລະເປັນ
ນັກທ່ອງທ່ຽວຊາວຕ່າງຊາດ
ຫຼາຍກວ່າ 274,500 ຄົນ ຊຶ່ງ
ນອກຈາກ ຈະເພີ່ມຂຶ້ນຈາກ
ປີ 2010 ຄິດເປັນອັດຕາສະ
ເລ່ຍທີ່ສູງກວ່າ 26% ແລະສ້າງລາຍຮັບໃຫ້ແກ່ພາກບໍລິການໃນແຂວງໄດ້ຫຼາຍກວ່າ 164
ລ້ານໂດລາແລ້ວ ກໍຍັງປະກົດວ່າມີນັກທ່ອງທ່ຽວຕ່າງຊາດຈາກຫຼາຍໆ ປະເທດອີກດ້ວຍ
ທີ່ພາກັນເດີນທາງເຂົ້າໄປໃນແຂວງຫຼວງພະບາງ ດັ່ງທີ່ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ຢືນຢັນວ່າ:
“ບັນຍາກາດການທ່ອງທ່ຽວໃນໄລຍະ 3 ເດືອນມານີ້ ກະຄ່ອຍໆຄຶກຄັກຂຶ້ນ
ສຳລັບນັກທ່ອງທ່ຽວ ສາກົນ ທີ່ເພີ້ມຂຶ້ນຈາກປີການເກືອບຮອດພັນຄົນ.
ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຫລວງພະບາງ ເປັນອັນດັບນຶ່ງກໍແມ່ນນັກ
ທ່ອງທ່ຽວຈາກປະເທດໄທ, ແລ້ວອັນດັບສອງກໍແມ່ນຈາກປະເທດອັງກິດ,
ອັນດັບສາມ ແມ່ນຈາກປະເທດຝຣັ່ງເສດ ແລ້ວກະສີ່ ກໍເປັນເຢຍລະມັນ ອັອສເທຣເລຍ ແລະ
ສະຫະລັດອາເມຣິກາ.”
ສໍາລັບໃນຕະຫຼອດໄລຍະປີການທ່ອງທ່ຽວລາວ 2012 ນີ້ ທາງການແຂວງຫຼວງພະບາງ
ຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 360,000 ຄົນ ທີ່ເດີນທາງເຂົ້າໄປ
ທ່ອງທ່ຽວໃນແຂວງຫຼວງພະບາງ ສ່ວນນັກທ່ອງທ່ຽວພາຍໃນປະເທດ ທີ່ເປັນຄົນລາວ
ນັ້ນກໍເຊື່ອວ່າ ຈະມີຈໍານວນຫຼາຍກວ່າ 2.1 ລ້ານຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນ
ແຂວງຫຼວງພະບາງຕະຫຼອດປີນີ້ ແລະ ກໍຈະເປັນຜົນເຮັດໃຫ້ພາກບໍລິການໃນແຂວງ
ຫຼວງພະບາງມີລາຍຮັບເພີ່ມຂຶ້ນເປັນຫຼາຍກວ່າ 175 ໂດລາ ລ້ານອີກດ້ວຍ.
ຕະຫລາດຂາຍເຄື່ອງຫັດຖະກໍາຢູ່ໃນເມືອງ ຫລວງພະບາງ
ໃນປະຈຸບັນນີ້ ແຂວງຫຼວງ
ພະບາງມີສະຖານທີ່ທ່ອງ
ທ່ຽວທັງໝົດ 220 ແຫ່ງ
ໂດຍແບ່ງເປັນສະຖານທີ່
ທ່ອງທ່ຽວດ້ານວັດທະນະ
ທໍາ 82 ແຫ່ງ, ສະຖານທີ່
ທ່ອງທ່ຽວດ້ານປະຫວັດ
ສາດ 32 ແຫ່ງ ແລະສະ
ຖານທີ່ທ່ອງທ່ຽວທໍາມະຊາດ
106 ແຫ່ງ.
ການທີ່ປະກົດວ່າມີນັກທ່ອງທ່ຽວເດິນທາງເຂົ້າໄປໃນແຂວງຫຼວງພະບາງເພີ່ມຂຶ້ນຢ່າງ
ຕໍ່ເນື່ອງນັ້ນ ກໍຍັງເປັນຜົນເຮັດໃຫ້ມີບໍລິສັດທ່ອງທ່ຽວໄດ້ພາກັນໄປເປີດໃຫ້ບໍລິການ
ຢູ່ໃນແຂວງຫຼາຍກວ່າ 50 ສາຂາແລ້ວ ອີກດ້ວຍ.
No comments:
Post a Comment