ແຫຼງທອ້ງທ່ຽວ

ປັດຈຸບັນ ແຂວງ​ຫຼວງ​ພະ​ບາງ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ​ຈຳນວນ 227 ແຫ່ງ ໃນ​ນັ້ນ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ວັດທະນະທຳ 86 ແຫ່ງ ທຳ​ມະ​ຊາດ 107 ແຫ່ງ ແລະ ແຫຼ່ງ​ທ່ອງ​ທ່ຽວ​ປະຫວັດສາດ 34 ແຫ່ງ ແລະ ບັນດາ​ແຫຼ່ງ​ທ່ອງ​ທ່ຽວ​ຈຳນວນ​ດັ່ງກ່າວ​ນີ້ ລ້ວນ​ແຕ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ແລະ ພັດທະນາ ແລະ ຕະຫຼອດ​ໄລຍະ​ຜ່ານ​ມາ ແຂວງ​ຫຼວງ​ພະ​ບາງ ຍັງ​ໄດ້​ເອົາໃຈໃສ່​ໃນ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການທ່ອງທ່ຽວ​ເຊັ່ນ: ລະບົບ​ຄົມມະນາຄົມ ແລະ ການ​ຂົນສົ່ງ​ທາງບົກ ທາງນ້ຳ ແລະ ທາງ​ອາກາດ ໃຫ້​ມີ​ຄວາມ​ສະດວກ​ສະບາຍ ມີ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ ສະຖານທີ່​ທ່ອງ​ທ່ຽວ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ​ປັບປຸງ ແລະ ພັດທະນາ​ໃຫ້​ກ້າວ​ໄປ​ສູ່​ຄຸນ​ນະ​ພາບ ມາ​ຮອດ​ປັດຈຸບັນ ໂຮງແຮມ​ມີ​ເຖິງ 46 ແຫ່ງ ຣີ​ສອດ 14 ແຫ່ງ ເຮືອນ​ພັກ 230 ຫຼັງ ຮ້ານ​ອາຫານ 48 ແຫ່ງ ສາມາດ​ຮອງ​ຮັບ​ບັນດາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ຫຼວງ​ພະ​ບາງ​ໄດ້ 4 ພັນ​ກວ່າ​ຄົນ​ຕໍ່​ມື້ ນອກ​ນີ້​ຍັງ​ມີ​ບໍລິສັດ​ທີ່​ໃຫ້ການ​ບໍ​ລິ​ການທ່ອງທ່ຽວ ຈຳນວນ 61 ຫົວໜ່ວຍ.
ທ່ານ ຄຳ​ແພງ ໄຊ​ສົມ​ແພງ ເຈົ້າແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ຮູ້​ວ່າ: ຫຼວງ​ພະ​ບາງ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ປະຫວັດສາດ​ອັນ​ຍາວ​ນານ 1.200 ກວ່າ​ປີ ມີ​ວັດທະນະທຳ-ຮີດຄອງ​ປະເພນີ​ອັນ​ດີງາມ ທີ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ໃຫ້​ຄົງ​ຄຸນຄ່າ​ຕະຫຼອດ​ມາ ມີ​ທີ່​ຕັ້ງ​ພູມ​ສັນຖານ​ທີ່​ເໝາະ​ສົມ ແລະ ອຸດົມສົມບູນ​ໄປ​ດ້ວຍ​ທຳ​ມະ​ຊາດ ອັນ​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ເຮັດ​ໃຫ້​ຫຼວງ​ພະ​ບາງ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ ແລະ ເປັນ​ເອກະລັກ​ສະເພາະ ແລະ ອັນ​ພິເສດ​ອັນ​ໜຶ່ງ​ອີກ​ແມ່ນ​ມີ​ເມືອງ​ຫຼວງ​ພະ​ບາງ ເປັນ​ເມືອງ​ມໍລະດົກ​ໂລກ​ທາງ​ດ້ານ​ວັດທະນະທຳ ແລະ ທຳ​ມະ​ຊາດ ແຕ່​ປີ 1995 ເປັນຕົ້ນ​ມາ ຈາກ​ເງື່ອນໄຂ​ດັ່ງກ່າວ ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ຮັບ​ຮູ້ ແລະ ໃຫ້​ຄວາມ​ສົນໃຈ​ເດີນທາງ​ເຂົ້າ​ມາ​ທ່ຽວ​ຊົມ​ຫຼວງ​ພະ​ບາງ​ຢ່າງ​ຕໍ່​ເນື່ອງ ແລະ ເພີ່ມ​ຂຶ້ນ​ແຕ່​ລະ​ປີ ສະເພາະ​ໃນ 6 ເດືອນ​ຕົ້ນ ສົກ​ປີ 2012-2013 ນີ້ ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະເທດ​ເຂົ້າ​ມາ​ທ່ຽວ​ຊົມ​ຫຼວງ​ພະ​ບາງ​ໄດ້​ທັງ​ໝົດ 221.895 ຄົນ ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ເພີ່ມ​ຂຶ້ນ 41.414 ເທື່ອ​ຄົນ ຫຼື ປະມານ 30% ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 61,40 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 490 ຕື້​ກີບ ອັນ​ໄດ້​ກາຍເປັນ​ທ່າແຮງ​ຕົ້ນຕໍ ໃນ​ການ​ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ສູ່​ແຂວງ​ຫຼວງ​ພະ​ບາງ​ຢ່າງ​ຫຼວງຫຼາຍ.
ທ່ານ​ເຈົ້າແຂວງ​ຫຼວງ​ພະ​ບາງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຈາກ​ທ່າແຮງ​ດັ່ງກ່າວ​ນັ້ນ ຄະນະ​ພັກ ອຳນາດ​ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ ຍາມ​ໃດ​ກໍ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ບໍລິຫານ​ການທ່ອງທ່ຽວ ແລະ ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ເພື່ອ​ປັບປຸງ​ຄຸນ​ນະ​ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ເສດຖະກິດ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ-ໝັ້ນ​ທ່ຽງ ໃນ​ລະດັບ 9,4% ສັງຄົມ​ມີ​ຄວາມ​ສະຫງົບ ແລະ ຍຸຕິ​ທຳ.
ຫໍພິພິທະພັນ ເມືອງຫຼວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳ ຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930. ປະຈຸບັນ ໃຊ້ສະແດງສິນລະປະ ແລະ ພຸດທະສາດສະໜາ ເປັນທີ່ປະດິດ ສະຖານພະບາງ ແລະ ສະແດງກ່ຽວກັບປະຫວັດ ເຈົ້າຊີວິດ ແລະ ຄອບຄົວ, ມີການກໍ່ສ້າງອາຄານໃໝ່ທີ່ສວຍງາມ ສຳລັບປະດິດ ສະຖານພະບາງ. ແຫລ່ງ: ອົງການພັດທະນາການທ່ອງທ່ຽວ ຫຼວງພະບາງ ຄອງອັນດັບ 2 ປາຍທາງການທ່ອງທ່ຽວຂອງໂລກ ປີ 2014 ຫວ່າງບໍ່ດົນມານີ້ ວາລະສານທ່ອງທ່ຽວອັນດັບແຖວໜ້າຂອງໂລກ ຈາກປະເທດອັງກິດ (Wanderlust) ໃຫ້ຄະແນນເມືອງທີ່ມີຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຄວນໄປຢ້ຽມຢາມໃນໂລກ ປີ 2014 ວ່າ: ເມືອງມໍລະດົກໂລກຫຼວງພະບາງ ໄດ້ຮັບການຈັດອັນດັບທີ 2 ຂະນະທີ່ ນະຄອນບາການ ມຽນມາ ຄອງອັນດັບທີ 1. ວາລະສານດັ່ງກ່າວເປີດເຜີຍວ່າເຂົາເຈົ້າໄດ້ເກັບກຳເອົາຄະແນນ ແລະ ຕົວເລກຊີ້ວັດຈາກຜູ້ອ່ານວາລະສານ ແລະ ນັກທ່ອງທ່ຽວທີ່ເດີນທາງໄປທົ່ວໂລກ ເປັນຜູ້ລົງຄະແນນສຽງວ່າ ເມືອງໃດແດ່ທີ່ບັນດານັກທ່ອງທ່ຽວຕ້ອງການຢາກໄປຢ້ຽມຢາມ ຫຼື ຢາກສຳພັດສະຖານທີ່ນັ້ນ ຊຶ່ງເຫັນວ່າມີ 10 ຕົວເມືອງທີ່ນັກທ່ອງທ່ຽວໃຫ້ຄະແນນ ເມືອງທີ່ມີຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຄວນໄປສຳພັດຄື: ນະຄອນບາການ ມຽນມາ ຄອງອັນດັບທີ 1 ດ້ວຍຄະແນນ 97,5% ຫຼວງພະບາງ ສປປ ລາວ ອັນດັບທີ 2 ດ້ວຍຄະແນນ 95,71% ເຫງອານ ຫວຽດນາມ ອັນດັບທີ 3 ດ້ວຍຄະແນນ 94,33% ແລະ ອື່ນໆ. ທ່ານນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເປີດເຜີຍວ່າ: ການທີ່ເມືອງມໍລະດົກໂລກ ແຂວງຫຼວງພະບາງ ໄດ້ຮັບການຈັດອັນດັບທີ 2 ເປັນເມືອງຈຸດໝາຍປາຍທາງທ່ອງທ່ຽວ ແລະ ຄວນໄປຢ້ຽມຢາມໃນ 10 ຕົວເມືອງທົ່ວໂລກ ປີ 2014 ນັ້ນ ຈະຊ່ວຍກະຕຸກຊຸກຍູ້ ແລະ ສົ່ງເສີມພາກອຸດສາຫະກຳທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວໃນອະນາຄົດຢ່າງຕໍ່ເນື່ອງ ທັງຢູ່ພາຍໃນແຂວງຫຼວງພະບາງ ແລະ ປະເທດຂອງພວກເຮົາ ພ້ອມດຽວກັນນັ້ນ ຍັງຈະຍົກລະດັບພາກທຸລະກິດ ແລະ ການບໍລິການໄດ້ຮັບ
ການປັບປຸງຂຶ້ນ ຕາມມາດຕະຖານສາກົນອີກດ້ວຍ.


 

/ ຕາດຮ້ອຍຄົວ ຫ່າງຈາກຕົວເມືອງປະມານ 12 ກິໂລແມັດ, ເປັນຕາດທໍາມະຊາດທີ່ສວຍງາມ, ລວງສູງຂອງຕາດ ແທກໄດ້ປະມານ 15 ແມັດ ແລະ ມີນໍ້າຕົກຕາດນ້ອຍຫຼາຍຊັ້ນ.

No comments:

Post a Comment

ນາາຄິ